ຮີດ 12 ຄອງ 14

      “ຮີດ” ແລະ“ຄອງ” ມີຄວາມໝາຍໃກ້ຄຽງກັນ ແຕ່ບໍ່ແມ່ນອັນດຽວກັນ. ຄຳວ່າ “ຮີດ” ແມ່ນໝາຍເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນມາ ເປັນເວລາດົນນານ, ສ່ວນຄຳວ່າ “ຄອງ” ໝາຍເຖິງກົດຫຼືແນວທາງທີ່ວາງໄວ້ເພື່ອປະຕິບັດຕາມ. ເມື່ອເຮົາເອົາ “ຮີດ” ແລະ “ຄອງ” ມາລວມເຂົ້າກັນ ຈະກາຍເປັນຄຳວ່າ “ຮີດຄອງ” ທີ່ມີຄວາມໝາຍວ່າ: “ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາ ດົນນານ”.
“ຮີດສິບສອງຄອງສິບສີ່” ແມ່ນແນວທາງການປະພຶດປະຕິບັດ ທີ່ເຈົ້າຟ້າງຸ່ມມະຫາລາດ ໄດ້ກຳນົດຂຶ້ນ ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງເອກະ ພາບ. ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່ ງົມງວາຍ ໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດ ຄື ຮີດສິບສອງຄອງສິບສີ່ແທນ.
# ຮີດສິບສອງ ( ຮີດ 12 )
     ໃນແຕ່ລະເດືອນຂອງປີໜຶ່ງ ຈະມີການເຮັດບຸນປະເພນີຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ ທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຮີດສິບສອງປະກອບມີ:
1. ເດືອນຈຽງ (ເດືອນໜຶ່ງ) ບຸນນິມົນພະສົງເຂົ້າກຳ
2. ເດືອນຍີ່ (ເດືອນສອງ) ເຮັດບຸນລານເຂົ້າ ຫຼືບຸນຄຸນເຂົ້າ, ບາງທ້ອງຖິ່ນຍັງເອີ້ນວ່າ ບຸນກອງເຂົ້າກໍມີ.
3. ເດືອນສາມ ເຮັດບຸນເຂົ້າຈີ່
4. ເດືອນສີ່ ເຮັດບຸນພະເວດ
5. ເດືອນຫ້າ ເຮັດບຸນສົງພະ ຫຼືບຸນປີໃໝ່ລາວ
6. ເດືອນຫົກ ເຮັດບຸນບັ້ງໄຟ
7. ເດືອນເຈັດ ເຮັດບຸນບ້ານ ຫຼືບຸນລ້ຽງຜີມະເຫສັກຫຼັກເມືອງ
8. ເດືອນແປດ ບຸນເຂົ້າພັນສາ
9. ເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນ
10. ເດືອນສິບ ບຸນຫໍ່ເຂົ້າສະຫຼາກ
11. ເດືອນສິບເອັດ ບຸນອອກພັນສາ
12. ເດືອນສິບສອງ ບຸນທອດກະຖິນ

# ຄອງສິບສີ່ ( ຄອງ 14)
     ຄອງສິບສີ່ໝາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ປະຊາຊົນລາວເຮົາ ຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະໃນປັດຈຸບັນກໍຍັງເຊື່ອຖືຢູ່ ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວ. ຄອງສິບສີ່ມີຄື:
1. ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ
2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ
3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ.
4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼືຈຶ່ງຄ່ອຍລົມນຳເພິ່ນ.
5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ ແລະເຄື່ອງບໍລິຂານໄປທານຮ່ວມເພິ່ນ.
6. ກ່ອນຈະເຂົ້ານອນໃຫ້ອາບນ້ຳ ຫຼືລ້າງຕີນເສຍກ່ອນ
7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ ຫຼືນິມົນພະສົງມາສູດມຸງຄຸນເຮືອນ.
8. ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້ ທູບທຽນ ໄປສົມມາຜົວຂອງຕົນ
9. ເມື່ອພະສົງສາມະເນນມາບິນທະບາດ ຢ່າໃຫ້ເພິ່ນຄອຍຖ້າ, ເວລາປ່ອນບາດຢ່າໃຫ້ມືຊູນບາດ ຫຼືຊູນຖືກພະສົງສາມະເນນ, ຍາມປ່ອນບາດຢ່າໃສ່ໝວກ, ຢ່າເອົາຜ້າປົກຫົວ, ຢ່າໃສ່ເກີບ, ຢ່າອຸ້ມເດັກນ້ອຍ, ຢ່າຖືມີດຖືພ້າ ຫຼືຢ່າຖືອາວຸດໃດໆ.
10. ເມື່ອຮອດວັນສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ໃຫ້ພາກັນສົມມາກ້ອນເສົ້າ, ແມ່ຂັ້ນໄດ ແລະປະຕູເຮືອນ.(ປັດຈຸບັນ ຢູ່ຊົນນະບົດບາງບ່ອນຍັງປະຕິບັດຢູ່).
11. ກ່ອນຈະຂຶ້ນເຮືອນໃຫ້ລ້າງຕີນສາກ່ອນ.
12. ໃຫ້ພາກັນເຮັດຮົ້ວອ້ອມວັດແລະບ້ານເຮືອນຂອງຕົນໃຫ້ດີ.
13. ເມື່ອເຖິງລະດູການເກັບກ່ຽວຜົນລະປູກ ຢ່າຟ້າວກິນກ່ອນ ໃຫ້ເອົາໄປເຮັດບຸນໃຫ້ທານແກ່ຜູ້ມີສິນກ່ອນ ແລ້ວຈຶ່ງຄ່ອຍກິນ.(ຕົວຢ່າງ: ຍາມເຂົ້າໃໝ່ ກໍເອົາໄປບູຊາ ຫຼືໃສ່ບາດກ່ອນ, ແລ້ວຈຶ່ງຄ່ອຍກິນ).
14. ຢ່າພາກັນລັກໂລບຕາຊິງ, ຢ່າພາກັນຈ່າຍເງິນແດງ ແປງເງິນຄວ່າງ, ຢ່າກ່າວຄຳຫຍາບຊ້າ ກ້າແຂງ ຕໍ່ກັນແລະກັນ.

ເຮືອນ 3 ນ້ຳ 4

    ເຫັນ­ຜູ້ເຖົ້າເລົ່າມາ ເລີຍ­ມາເລົ່າ­ຕໍ່..ອັນເຮືອນ 3 ນ້ໍາ 4 ນັ້ນ­ມີດັ່ງ­ນີ້. 
# ເຮືອນສາມ (ເຮືອນ 3 )
໑. ເຮືອນຄົວ : ຈັດການເຮືອນຄົວໃຫ້ດີງາມເປັນລະບຽບຮຽບຮ້ອຍທຳຄວາມສະອາດເບິ່ງງົດງາມ ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກໝ້ອງ ຮັບຜິດຊອບງາມຄົວກິນ, ນອກຈການັ້ນ ວຽກງານຄົວເຮືອນທຸກປະເພດ ແມ່ນໜ້າທີ່ຂອງຜູ້ຍິງ.
໒. ເຮື້ອນຜົມ : ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍສຸດແລ້ວແຕ່ຕາມໃຈມັກ ທັງນີ້ຕ້ອງຮັບປະກັນຄວາມງາມ, ສະອາດ ແລະຖືກກັບໂຄງໜ້າ.
໓. ເຮືອນກາຍ : ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ ແລະຢູ່ໃກ້ກໍບໍ່ເປັນທີ່ໜ້າລັງກຽດ.

# ນ້ຳສີ່ ( ນ້ຳ 4 )
໑. ນໍ້າດື່ມ : ນໍ້າໜ້າເຮືອນ ສະໄໝເກົ່າກ່ອນເພີ່ນມີອຸນໍ້າໜ້າເຮືອນ ໃສ່ກະບວຍໄວ້ພ້ອມ, ຫຼືຕັ້ງໄວ້ໜ້າເດີ່ນບ້ານເລີຍ ແຂກໄປໄທພໍໄດ້ຕັກກິນສະບາຍ, ນໍ້າໃນເຮືອນ ຄືນໍ້າໃນ ເຮືອນຄົວ ຫຼືເຮືອນໃຫຍ່ ອັນນີ້ເປັນນໍ້າສຳລັບໃຊ້ສອຍ ແລະທັງກິນ ຢ່າໃຫ້ຂາດແອ່ງຂາດອຸ ຢ່າງນ້ອຍຍາມຫິວກາງຄ່ຳການຄືນພໍໄດ້ຕັກິນ ຫຼືເມື່ອເກີດເຫດໄປຟືນຂຶ້ນມາພໍໄດ້ ດັບໄຟໃນເບື້ອງຕົ້ນໄດ້ ຄົນບໍ່ຮານຈຶ່ງມີຄຳເວົ້າວ່າ "ນໍ້າໃນໄຟຟືນ".
໒. ນໍ້າຄຳ : ນໍ້າຄຳນີ້ ເປັນຄຳເວົ້າຄຳຈາ ມ່ວນເພາະເສາະໃສ ບໍ່ກັບບໍ່ກອກ ເວົ້າຈາຊື່ກົງສະເໝີຕົ້ນ ສະເໝີປາຍ.
໓. ນໍ້າໃຈ : ເປັນຄົນມີນໍ້າໃຈໂອບອ້ອມອາຣີນຳຍາດພີ່ນ້ອງ ແລະເພື່ອນຝູງ.
໔. ນໍ້າເຕົ້ປປູນ : ຄວາມໝາຍໜຶ່ງ ແມ່ນວ່າຄົນລາວບູຮານທຸກເຜົ່າແມ່ນຄ້ຽວໝາກທັງຍິງທັງຊາຍ, ສະນັ້ນຄຳວ່ານໍ້າເຕົ້າປູນ ບໍ່ຄວນໃຫ້ແຫ້ງ ຄັນນໍ້າເຕົ້າປູນແຫ້ງ ເຂົາວ່າຍິງເຮືອນນັ້ນຂີ້ຄ້ານ, ອີກຄວາມໝາຍໜຶ່ງ ຄືນໍ້າເຕົ້າປູມ ຄືພູມຄວາມຮູ້ຂອງຜູ້ຍິງທີ່ເປັນແມ່ເຮືອນຕ້ອງມີຄວາມຮູ້ ສະຫຼາດໃນກິດຈະການງານທັງປວງ.
# ບົດ​ເພງ​ ເຮືອນ 3 ນ້ຳ 4:
+ ເຮືອນ​ສາມ​ນ້ຳ​ສີ່                ນັ້ນ​ເປັນ​ຍິງ​ດີ​ໜັກ​ໜາ
ພວກ​ພໍ່​ແມ່​ລຸງ​ຕາ                  ກ່າວ​ສືບ​ມາ ແຕ່​ບູ­ຮານ​ໄທ້
ລູກ​ຫຼານ​ທີ່​ດີ                     ຈຳ­ເປັນ​ຄະ­ຕິ​ສືບ​ໄປ
ຢ່າ​ໃຫ້​ຫາຍ​ໄປ​ຈາກ​ໃຈ              ຈົດ​ຈຳ​ໄວ້​ຊົ່ວ​ກາ­ລະ​ນານ.
+ ຕື່ນ​ແຕ່​ເຊົ້າ                    ໜຶ້ງ​ເຂົ້າ​ແຕ່ງ​ຢູ່​ຄົວ­ກິນ
ຄວາມ​ສັງ­ວາດ​ເປັນ​ອາ​ຈິນ            ນໍ​ຍຸ​ພິນ​ຈັ່ງ​ເຂົ້າ​ຕຳ­ນານ
ນ້ຳ​ກິນ ນ້ຳ​ໃຊ້                    ນ້ຳ​ອາບ​ໄວ້​ໃນ​ເຮືອນ​ຊານ
ມີ​ນ້ຳ­ໃຈ​ເຂົ້າ​ປະ­ສານ               ສົມ​ເປັນ​ຫຼານ​ຂອງ​ຖິ່ນ​ຈຳ­ປາ.
+ ໂອ­ນໍ ! ຍອດ​ຍິງ                ແນ່​ຈິງໆ ແທ້­ນາ ງາມ​ງອນ
ເຮືອນ​ຢູ່ ເຮືອນ​ກິນ ເຮືອນ­ນອນ       ເປັນ​ອາ­ພອນ​ປະ­ດັບ​ຊີ­ວັນ
ເປັນ​ແມ່­ຍິງ​ລາວ                   ດັ່ງ​ທີ່​ເພິ່ນ​ກ່າວ ຊື່ນ​ຊົມ​ເສີນ​ສັນ
ເຮືອນ​ສາມ​ນ້ຳ​ສີ່ ທີ່​ວ່າ​ນັ້ນ           ບໍ່​ເຄີຍ​ສະ­ບັ້ນ ແມ້​ແຕ່​ສ້ຽວ​ໃຈ.
+ ພີ່­ນ້ອງ​ຢາມ​ແວ່                 ກໍ​ອົບ​ອຸ່ນ​ອຸ​ຣາ
ເມື່ອ​ແຂກ​ໄປ​ໄທ​ມາ                ມີ​ກິ​ຣິ​ຍາ​ວາ­ຈາ​ສົດ​ໃຈ
ອ້າຍ​ຂໍ​ຈັບ­ຈອງ                   ໄວ້​ເປັນ​ຄູ່​ຄອງ ຈະ​ວ່າ​ຈັ່ງ​ໃດ
ຈະ​ບອກ​ພໍ່​ແມ່                    ເອົາ​ແຫວນ​ໝາຍ​ໄວ້ ເດີ​ຈອມ​ໃຈ​ອ້າຍ​ນີ້​ຂໍ​ຈອງ